ລຳດັບ ລັກສະນະ ຄໍາອະທິບາຍ
1.0 ຊື່ຮູບແບບ ຮູບແບບການຄໍ້າປະກັນທາງການເງິນ ສໍາລັບ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs)
2.0 ຂະໜາດ
(ຈໍານວນເງິນກູ້)
  • 500 ຕື້ກີບ (ງວດທີ 1)
  • 10% ຂອງຂະໜາດເງິນກູ້ (50 ຕື້ກີບ) ສໍາລັບສິນເຊື່ອທີ່ເປັນເງິນຕາຕ່າງປະເທດ ເພື່ອຈ່າຍຜູ້ສະໜອງສິນຄ້າຢູ່ຕ່າງປະເທດ (ສະກຸນເງິນ ບາດ, ໂດລາ, ແລະ ຢວນ)
3.0 ປະເພດສິນເຊື່ອ
(ທີ່ໄດ້ຮັບການຄໍ້າປະກັນ)
  1. ເງິນກູ້ມີກຳນົດ
  2. ເບີກເກີນບັນຊີ
  3. ສິນເຊື່ອແບບໝູນວຽນ (ເຊັ່ນ: ສິນເຊື່ອການຄ້າ, ການຈັດຫາເງິນທຶນຕາມໃບແຈ້ງໜີ້, ການຈັດຫາເງິນທຶນສໍາລັບລູກໜີ້ ແລະ ອື່ນໆ)
4.0 ອັດຕາການຄໍ້າປະກັນ
  • 80% ຂອງມູນຄ່າເງິນກູ້ (ແບບມີຫຼັກຊັບ)
  • 70% ຂອງມູນຄ່າເງິນກູ້ (ແບບບໍ່ມີຫຼັກຊັບ)
ໝາຍເຫດ: ວົງເງິນຄໍ້າປະກັນ ແມ່ນຄຸ້ມຄອງສະເພາະ ຕົ້ນທຶນເງິນກູ້ (Principal) ເທົ່ານັ້ນ (ບໍ່ລວມດອກເບ້ຍ ແລະ ຄ່າທໍານຽມອື່ນໆ).
5.0 ຄ່າທໍານຽມ
(ການນໍາໃຊ້)
  • 1.0% ຕໍ່ປີ (ມີຫຼັກຊັບຄໍ້າປະກັນ)
  • 1.5% ຕໍ່ປີ (ບໍ່ມີຫຼັກຊັບຄໍ້າປະກັນ)
6.0 ຈໍານວນເງິນກູ້
  • ຕໍ່າສຸດ: 100 ລ້ານກີບ
  • ສູງສຸດ: 4 ຕື້ກີບ
7.0 ຈຸດປະສົງຂອງເງິນກູ້
  1. ທຶນໝູນວຽນ
  2. ລາຍຈ່າຍທຶນ
8.0 ໄລຍະເວລາ 1 ປີ ຫາ 7 ປີ
9.0 ຂະແໜງການ ກະສິກຳ, ການຄ້າ, ການບໍລິການ, ຫັດຖະກຳ, ອຸດສາຫະກຳ ແລະ ຂະແໜງບູລິມະສິດ.
ຂະແໜງບູລິມະສິດ ປະກອບມີ:
  • ອຸດສາຫະກຳປຸງແຕ່ງ (ກະສິກຳ, ຫັດຖະກຳ, ພືດ ແລະ ສັດ)
  • ຂາຍຍົກສິນຄ້າກະສິກຳ (ປ້ອນໂຮງງານ ແລະ ສົ່ງອອກ)
  • ບໍລິການໃນຂະແໜງການທ່ອງທ່ຽວ
  • *ສຳລັບຂະແໜງບູລິມະສິດ: ຂອບເຂດວົງເງິນຄໍ້າປະກັນ 80% ແລະ ຄ່າທໍານຽມ 1% ຕໍ່ປີ (ທັງແບບມີ ແລະ ບໍ່ມີຫຼັກຊັບ).
10.0 ຜູ້ມີສິດກູ້ຢືມ
  1. ຈັດເປັນ SME ອີງຕາມດຳລັດ 04/GOL
  2. ຂຶ້ນທະບຽນວິສາຫະກິດ ແລະ ດຳເນີນງານຖືກຕ້ອງຕາມກົດໝາຍ ສປປ ລາວ
  3. ຄົນລາວຖືຮຸ້ນເປັນສ່ວນໃຫຍ່
  4. ດໍາເນີນທຸລະກິດຢູ່ໃນ ສປປ ລາວ
  5. ດໍາເນີນທຸລະກິດຢ່າງໜ້ອຍ 2 ປີ
  6. ມີປະຫວັດການຊຳລະເງິນກູ້ຢືມທີ່ດີໃນ 1 ປີຜ່ານມາ (NPL ຕ້ອງແກ້ໄຂແລ້ວ 1 ປີ)
  7. ມີຄວາມສາມາດໃນການຊຳລະຄືນເງິນກູ້
  8. ບໍ່ຢູ່ໃນບັນຊີດໍາ ຫຼື ຖືກຂວາມບາດ
  9. ດໍາເນີນກິດຈະການທີ່ບໍ່ນອນຢູ່ໃນລາຍການບັນຊີຄວບຄຸມ